ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ
ວ່າດ້ວຍກົດໝາຍປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ


     ໃນວັນທີ 10 ຕຸລາ 2023 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມຕິດຕາມ
ກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ກົດໝາຍປ້ອງກັນຊາດ ແລະ ກົດໝາຍ ວ່າດ້ວຍ ນາຍທະຫານກອງທັບ
ປະຊາຊົນລາວ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ,
ຫົວໜ້າຄະນະຮັບຜິດຊອບຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍຂອງສະພາແຫ່ງຊາດ, ມີ ສະຫາຍ ພົນໂທ ທອງ
ລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະ
ຫາຍຄະນະນໍາບັນດາກົມໃຫຍ່, ຫ້ອງການ, ຄະນະພັກ-ຄະນະບັນຊາ, ບັນດາຜູ້ແທນອົງການຈັດຕັ້ງພາກລັດ ແລະ ກອງທັບເຂົ້າຮ່ວມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າ
ຄະນະປະເມີນກົດໝາຍຂອງ ກະຊວງປ້ອງກັນປະເທດ ໄດ້ລາຍງານການປະເມີນການຈັດຕັ້ງກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະ
ຊາຊົນລາວ ແລະ ກົດໝາຍວ່າດ້ວຍການປ້ອງກັນຊາດ ກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ໄດ້ຖືກຮອງຮັບເອົາໃນກອງ
ປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ V ສະບັບເລກທີ 07/ສພຊ, ລົງວັນທີ 22 ຕຸລາ 2004 ແລະ ຖືກປະກາດໃຊ້
ຢ່າງເປັນທາງການຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 69/ສປປລ, ລົງວັນທີ 15 ພະຈິກ 2004 ເຊິ່ງປະກອບມີ 7 ໝວດ,
33 ມາດຕາ ພາຍຫຼັງຮັບຮອງເອົາກົດໝາຍນາຍທະຫານກອງທັບປະຊາຊົນລາວ ໄດ້ເປັນບ່ອນອີງສໍາຄັນໃຫ້ ກະຊວງປ້ອງກັນປະເທດ ໃນການ
ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວວຽກງານຂອງນາຍທະຫານໂດຍກົງຢ່າງຮອບດ້ານ, ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານ
ການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເຮັດສໍາເລັດໜ້າທີ່ອັນມີກຽດເຮັດ
ໃຫ້ກອງທັບປະຊາຊົນລາວມີຄວາມເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ສ່ວນກົດໝາຍວ່າດ້ວຍການປ້ອງກັນຊາດ ສະບັບ
ເລກທີ 67/ສພຊ, ລົງວັນທີ 11 ທັນວາ 2015 ຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ເປັນສະ
ບັບທໍາອິດໂດຍກຳນົດກ່ຽວກັບການຄຸ້ມຄອງຕິດຕາມ ກວດກາກ່ຽວກັບວຽກງານປ້ອງກັນຊາດ, ຍົກສູງການຊີ້ນຳບັນຊາ, ການປະຕິບັດໜ້າທີ່
ຂອງກຳລັງປ້ອງກັນຊາດ ເຮັດໃຫ້ວຽກງານປ້ອງກັນຊາດ ເປັນຄວາມຮັບຜິດຊອບຂອງທົ່ວປວງຊົນລາວ ເຊິ່ງປະກອບມີ 10 ພາກ, 8 ໝວດ
ແລະ 65 ມາດຕາ. ກົດໝາຍ ວ່າດ້ວຍການປ້ອງກັນຊາດ ເປັນບ່ອນອີງທີ່ສໍາຄັນໃນການເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງ ກັນຊາດທົ່ວປວງ
ຊົນຮອບດ້ານ ແລະ ທຸກກະຊວງ, ອົງການ ແລະ ປະຊາຊົນລາວທຸກຊັ້ນຄົນ ມີໜ້າທີ່ໃນການຈັດຕັ້ງປະຕິບັດ ໂດຍແມ່ນກຳລັງປະກອບອາວຸດ
ປະຊາຊົນເປັນຫຼັກແຫຼ່ງ.

     ໃນພິທີບັນດາຄະນະຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນຕໍ່ກົດໝາຍທັງສອງສະບັບຢ່າງກົງໄປກົງມາ ແລະ ມີ
ແນວຄິດສ້າງສັນ ເພື່ອເຮັດໃຫ້ກອງປະຊຸມຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຄັ້ງນີ້ມີເນື້ອໃນສົມບູນຄົບຖ້ວນ ແທດ
ເໝາະກັບສະພາບຕົວຈິງໃນແຕ່ລະໄລຍະທັງເປັນການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນກາຍເປັນເຄືີ່ອງມືອັນສໍາຄັນໃຫ້ພັກ-
ລັດໃນການຄຸ້ມຄອງນາຍທະຫານແບບລວມສູນ ແລະ ເປັນບ່ອນອີງໃຫ້ ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງບັນຊານາຍທະຫານໂດຍ
ກົງຮອບດ້ານ ແນໃສ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ມີຄວາມໝັ້ນຄົງສາມາດເຊື່ອມໂຍງກັບພາກພື້ນ ແລະ
ສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 11/10/2023